ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກທອ ມອບເຄື່ອງນຸ່ງນັກບິນຄວາມໄວສູງ ແລະ
ເຄື່ອງແບບເຫຼົ່າຮົບໃຫ້ຫໍພິພິທະພັນປະຫວັດສກອງທັບ


     ໃນວັນທີ 19 ກັນຍາ 2023 ນີ້, ສະຫາຍ ພັນເອກ ແພງສີ ເສັງວິໄຊ ຮອງຫົວໜ້າຫອ້ງການເມືອງ ກອງບັນຊາການທະຫານອາກາດ (ກທອ)
ໄດ້ນຳເອົາຊຸດເຄື່ອງແບບຂອງເຫຼົ່າຮົບທະຫານອາກາດ ມາມອບໃຫ້ຫໍພິພິທະພັນປະຫວັດ ສາດກອງທັບ ໂດຍການຮັບຂອງ ສະຫາຍ ພັນເອກ ຄຳ
ສີ ລີຟູ່ງ ຫົວໜ້າອຳນວຍການ ຫໍພິພິທະພັນປະຫັວດສາດກອງ ທັບ ພ້ອມດ້ວຍຄະນະ. ເຄື່ອງນຳມາມອບໃນຄັ້ງນີ້ປະກອບມີ: 33 ລາຍການ, ໃນນັ້ນ
ມີຊຸດເຄື່ອງນຸ່ງນັກບິນສູ້ຮົບຄວາມໄວສູງ, ໝວກນັກບິນສູ້ຮົບຄວາມໄວສູງ, ຊຸດນັກບິນສູ້ຮົບຄວາມໄວຕໍ່າ ແລະ ເຄື່ອງແບບຊຸດນ້ອຍທີ່ນຳໃຊ້ໃນອາດີດ
ແລະ ປັດຈຸບັນຂອງເຫຼົ່າຮົບທະຫານອາກາດ ຈາກນັ້ນ ສະຫາຍ ຫົວໜ້າອຳນວຍການ ຫໍພິພິທະພັນປະຫວັດສາດກອງທັບ ກໍໄດ້ສະແດງຄວາມຂອບ
ໃຈຕໍ່ ສະຫາຍ ພັນເອກ ແພງສີ ເສັງວິໄຊ ທີ່ໄດ້ນຳເອົາເຄື່ອງແບບຂອງທະຫານອາກາດ ມາມອບໃຫ້ຫໍພິພິທະພັນປະຫວັດສາດກອງທັບ ເພື່ອນຳໄປ
ວາງສະແດງໃຫ້ພະນັກງານ-ນັກຮົບ, ແຂກຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົ່າທີ່ເຂົ້າມາທ່ຽວຊົມໄດ້ເຫັນເຖິງມູນເຊື້ອຂອງກອງທັບປະຊາ
ຊົນລາວ ໂດຍສະເພາະແມ່ນມູນ ເຊື້ອຂອງເຫຼົ່າຮົບທະຫານອາກາດ.

ແຫຼ່ງທີ່ມາ: ວ່າຊົງ ໄຟດໍ້ຊົວຕົງ
ວັນທີ 25/09/2023